BPH SERVICE
首页服务资源关于我们
联系方式
BPH SERVICE

老挝专业的人力资源、商业咨询和移民服务

快速链接

  • 首页
  • 服务
  • 资源
  • 关于我们
  • 联系方式

联系信息

  • T2 Road, PTT, Vientiane, Lao PD
  • +856 20 9996 9879
  • admin@bphvisa.com

© 2025 BPH SERVICE. 版权所有。

Privacy PolicyTerms of Service
ແຈ້ງງການຮັບບັດປະຈຳຕົວແຈ້ງງການຮັບບັດປະຈຳຕົວ
10/12/2025

ແຈ້ງງການຮັບບັດປະຈຳຕົວ

ແຈ້ງການ. 

ເຖິງ: ພະນັກງານ-ລັດຖະກອນ,ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດ ທົ່ວປະເທດ ທີ່ນັບຖື.
ເລື່ອງ: ມາຮັບເອົາບັດປະຈຳຕົວ ດິຈີຕ້ອນ.


ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະ ບັບເລກທີ 945/ປກສ, ລົງວັນທີ 03 ພຶດສະພາ 2025;
ອີງຕາມ ແຈ້ງການ ກ່ຽວກັບການກຳນົດວັນທີ 30 ກໍລະ ກົດ 2025 ເປັນມື້ເປີດພິທີ ແລະ ປະກາດນໍາໃຊ້ບັດ ປະຈໍາຕົວ ດີຈິຕ້ອນ ຢ່າງເປັນທາງການ ໃນຂອບເຂດທົ່ວປະເທດ ສະບັບເລກທີ 1304/ຫສນຍ, ລົງວັນທີ 25 ກໍລະກົດ 2025.


ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຂໍຖືເປັນກຽດແຈ້ງ ມາຍັງ ບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນລາວບັນ ດາເຜົ່າ ຮັບຊາບທົ່ວເຖິງກັນ ກ່ຽວກັບການມາຮັບເອົາບັດປະຈຳຕົວ ດິຈິຕ້ອນ ລາຍລະອຽດມີດັ່ງນີ້:


   1. ບັນດາທ່ານ ພະນັກງານ-ລັດຖະກອນ,ທະຫານ, ຕຳ ຫຼວດ ແລະ ພໍ່ແມ່ປະຊາຊົນລາວ ທີ່ໄດ້ມາເຮັດບັດປະຈຳ ຕົວ ດິຈີຕ້ອນ ຢູ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃນລະຫວ່າງ ວັນທີ 04 ສິງຫາ 2025 ຫາ 30 ກັນຍາ 2025 ໃຫ້ມາຮັບເອົາບັດປະຈໍາຕົວ ດິຈີຕ້ອນ ຂອງຕົນເອງ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກ ຖານ (ສະໜາມມ້າ) ໃນໂມງລັດຖະການ, ນັບແຕ່ວັນທີ 03 ພະຈິກ 2025 ເປັນຕົ້ນໄປ (ໃຫ້ຖື ໃບນັດຮັບບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ ສະບັບແທ້ ມາແຈ້ງຕໍ່ເຈົ້າໜ້າທີ່ເພື່ອຮັບບັດ).


   2. ສໍາລັບບຸກຄົນທີ່ມາເຮັດບັດປະຈຳຕົວ ນັບແຕ່ວັນທີ 01 ຕຸລາ 2025 ແມ່ນໃຫ້ລໍຖ້າ ແລະ ຕິດຕາມແຈ້ງການ ຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຫຼື ໂທສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ ເບີໂທ ສາຍດ່ວນ 1529.


ດັ່ງນັ້ນ, ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ.
ລາຍລະອຽດໃຫ້ອ່ານຕາມໃບແຈ້ງການລຸ່ມນີ້ອີກ.


Powered by Froala Editor