ນັບແຕ່ວັນທີ 1 ກັນຍາ 2025 ເປັນຕົ້ນມາ ສປປ ລາວ ເລີ່ມນໍາໃຊ້ແບບຟອມການເຂົ້າ–ອອກເມືອງດິຈິຕອນ (Lao Digital Immigration Form: LDIF) ໃໝ່ ເພື່ອອໍານວຍຄວາມສະດວກໃນຂັ້ນຕອນການຜ່ານແດນ ເລີ່ມໂດຍຈະນໍາໃຊ້ໃນ 4 ດ່ານສາກົນ ປະກອບມີ: ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນຫຼວງພະບາງ, ສະໜາມບິນສາກົນປາກເຊ, ດ່ານສາກົນຂົວມິດຕະພາບລາວ–ໄທ ແຫ່ງທີ 1.ຊາວຕ່າງປະເທດ ແລະ ບຸກຄົນບໍ່ມີສັນຊາດ ທຸກຄົນທີ່ໃຊ້ໜັງສືເດີນທາງ (Passport) ເຂົ້າ ຫຼື ອອກຈາກ ສປປ ລາວ ຈໍາເປັນຕ້ອງລົງທະບຽນຜ່ານແບບຟອມ LDIF ກ່ອນການເຂົ້າ ຫຼື ອອກ ໂດຍຜ່ານເວັບໄຊ:👉 https://www.immigration.gov.la
Powered by Froala Editor