

ອີງຕາມການແຈ້ງຂ່າວຜ່ານເວັບໄຊ ຂອງກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ, ການຈັດຕັ້ງປະຕິບັດມາດຕະການ ເພື່ອໂຈະການອອກວີຊາເຂົ້າເມືອງທຸກປະເພດຂອງ ສະຫະລັດ ອາເມລິກາ ຕໍ່ 75 ປະເທດ ລວມທັງ ສປປ ລາວ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 21 ມັງກອນ 2026 ເປັນຕົ້ນໄປ. ດັ່ງນັ້ນ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈຶ່ງແຈ້ງມາຍັງປະຊາຊົນລາວບັນດາເຜົ່າ ເພື່ອຊາບ ແລະ ພິຈາລະນາຫຼີກລ້ຽງການຍື່ນຄໍາຮ້ອງຂໍວີຊາ ເພື່ອເດີນທາງເຂົ້າປະເທດ ສະຫະລັດ ອາເມລິກາ ໃນໄລຍະດັ່ງກ່າວ, ເນື່ອງຈາກວ່າ ການສະເໜີຂໍວີຊາຈະບໍ່ໄດ້ຮັບການພິຈາລະນາ ແລະ ຈະເສຍເງິນຄ່າທໍານຽມ ໂດຍປາສະຈາກການໄດ້ຮັບວີຊາ. ສໍາລັບພົນລະເມືອງລາວທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ຊຶ່ງມີຈຸດປະສົງເຂົ້າໄປປະຕິບັດໜ້າທີ່ການທູດ, ທາງການ ຫຼື ເຂົ້າຮ່ວມກອງປະຊຸມສາກົນ ຕາມການເຊື້ອເຊີນ ແມ່ນຍັງສາມາດເດີນທາງເຂົ້າປະເທດ ສະຫະລັດ ອາເມລິກາ ໄດ້ຢ່າງເປັນປົກກະຕິ.
https://www.mofa.gov.la/gweb/gweb/backend/web/index.php?r=site/detail&id=1460
Powered by Froala Editor