

ອີງຕາມແຈ້ງການສະບັບເລກທີ 1824/ຕຄຕ, ລົງວັນທີ 17 ມີນາ 2026 ຈາກກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ໄດ້ມີການກຳນົດລະບຽບການໃໝ່ ກ່ຽວກັບການຈັດຕັ້ງປະຕິບັດການຊື້ ປະກັນໄພສຸຂະພາບ ສຳລັບແຮງງານຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ ສປປ ລາວ.
ກໍລະນີຍັງບໍ່ມີປະກັນໄພ: ແຮງງານຕ່າງປະເທດ ຫຼື ຜູ້ຊ່ຽວຊານ ທີ່ຍັງບໍ່ທັນມີປະກັນໄພສຸຂະພາບ ຫຼື ປະກັນໄພຊີວິດ ແມ່ນຕ້ອງໄດ້ຊື້ ຫຼື ຕໍ່ສັນຍາປະກັນໄພຢູ່ ໜ່ວຍບໍລິການປະກັນໄພ ທີ່ຕັ້ງຢູ່ຕຶກກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ (ຊັ້ນ G).
ກໍລະນີທີ່ມີປະກັນໄພແລ້ວ: ສຳລັບຜູ້ທີ່ມີປະກັນໄພສຸຂະພາບນຳບໍລິສັດໃດໜຶ່ງແລ້ວ, ແມ່ນໃຫ້ ກັອບປີໃບຢັ້ງຢືນ ຫຼື ບັດປະກັນໄພ ຕິດຄັດໃສ່ຊຸດເອກະສານທຸກຄັ້ງ ເພື່ອຂໍຂຶ້ນທະບຽນ ແລະ ອອກບັດອະນຸຍາດພັກເຊົາ (Stay Permit).
ລະບຽບການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເຂັ້ມງວດ ນັບຕັ້ງແຕ່ວັນທີ 23 ມີນາ 2026 ເປັນຕົ້ນໄປ.
ເພື່ອອໍານວຍຄວາມສະດວກໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ແຮງງານຕ່າງປະເທດ, BPH Service ຂອງພວກເຮົາພ້ອມໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອໃນການຈັດຕຽມເອກະສານ ເພື່ອໃຫ້ຖືກຕ້ອງຕາມລະບຽບການໃໝ່ຂອງທາງການ.
ຄຳແນະນຳ: ການກະກຽມປະກັນໄພໃຫ້ຄົບຖ້ວນ ຈະຊ່ວຍໃຫ້ຂັ້ນຕອນການຂໍບັດພັກເຊົາຂອງທ່ານມີຄວາມສະດວກ ແລະ ວ່ອງໄວຂຶ້ນ.
ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
ເບີໂທລະສັບ: +856 20 9996 9879
ເວັບໄຊ: www.bphvisa.com
ທີ່ຕັ້ງ: ຖະໜົນ T2 ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
Powered by Froala Editor