BPH SERVICE
HomeServicesResourcesAbout Us
Contact
BPH SERVICE

Professional HR, Business Consulting & Immigration Services in Laos

Quick Links

  • Home
  • Services
  • Resources
  • About Us
  • Contact

Contact Information

  • T2 Road, PTT, Vientiane, Lao PD
  • +856 20 9996 9879
  • admin@bphvisa.com

© 2025 BPH SERVICE. All rights reserved.

Privacy PolicyTerms of Service
ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ
11/12/2025

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ (ເດືອນ10).



ສ່ວນຂໍ້ມູນທີ່ຈະນຳມາຂຽນປະກອບໃສ່ແບບຟອມມີຄື:


ຊື່ ແລະ ນາມສະກຸນ (ພາສາລາວ ແລະ ອັງກິດ)

ເລກບັດປະຈໍາຕົວເກົ່າ

ວັນທີ/ເດືອນ/ປີເກີດ

ສະຖານທີ່ຈົດທະບຽນການເກີດ (ເຮືອນເລກທີ, ໜ່ວຍ, ຮ່ອມ, ຖະໜົນ, ບ້ານ, ເມືອງ, ແຂວງ)

ທີ່ເກີດ (ເຮືອນເລກທີ, ໜ່ວຍ, ຮ່ອມ, ຖະໜົນ, ບ້ານ, ເມືອງ, ແຂວງ)

ຊົນເຜົ່າ ແລະ ສາສະໜາ

ໝວດເລືອດ

ເຊື້ອຊາດ ແລະ ສັນຊາດ

ເບີໂທຕິດຕໍ່ ແລະ ອີເມວ

ລະດັບວັດທະນະທຳ ແລະ ລະດັບການສຶກສາ

ອາຊີບ ແລະ ສະຖານທີ່ເຮັດວຽກ

ຂໍ້ມູນຂອງຄົນໃນຄອບຄົວ ( ຊື່, ສາຍພົວພັນ, ສັນຊາດ, ເລກບັດປະຈໍາຕົວ )

ທີ່ຢູ່ບັດຈຸບັນ (ເຮືອນເລກທີ, ໜ່ວຍ, ຮ່ອມ, ຖະໜົນ, ບ້ານ, ເມືອງ, ແຂວງ)

ທີ່ພັກເຊົາຊົ່ວຄາວ (ເຮືອນເລກທີ, ໜ່ວຍ, ຮ່ອມ, ຖະໜົນ, ບ້ານ, ເມືອງ, ແຂວງ)ຊື່,

ນາມສະກຸນ ແລະ ເລກບັດປະຈໍາຕົວ ຂອງຫົວໜ້າຄອບຄົວ


ໝາາຍເຫດ: ສຳລັບໃຜທີ່ບັດປະຈໍາຕົວບໍ່ທັນໝົດອາຍຸ ແລະ ບໍ່ມີວຽກຈຳເປັນທີ່ຕ້ອງໃຊ້ບັດປະຈໍາຕົວ ແມ່ນສາມາດລໍຖ້າເຮັດໃນຕົ້ນເດືອນຕຸລາໄດ້ ໂດຍແຕ່ລະເມືອງຈະເປີດໃຫ້ບໍລິການເຮັດບັດປະຈຳຕົວດິຈິຕອນ ພາຍໃນຕົ້ນເດືອນຕຸລາ 2025.


ມີຂໍ້ສົງໃສ ຫຼື ຄຳຖາມເພີ່ມເຕີມສາມາດໂທຕິດຕໍ່ເບີສາຍດ່ວນ 1529